ข่าวเผยแพร่

ປະ​ທານ​ຜອດ​ເທີ​ໄປ​ຢ້ຽມ​ຢາມ​ໂຮງ​ໝໍ​ເດັກ​ແຫ່ງ​ຊາດ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ອາ​ຊີ

ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ສາ​ມັນ ຊູ​ແຊນ ເອັຈ ຜອດ​ເທີ ໄດ້ມາ​ຢ້ຽມ​ຢາມອາຊີເປັນຄັ້ງທຳອິດໃນຊ່ວງທ້າຍເດືອນພຶດສະພາ 2025 ໂດຍເດີນທາງໄປປະຕິບັດສາດສະໜາກິດໃນຫົກສະຖານທີ່, ໂດຍສະເພາະແມ່ນຊຸມຊົນທີ່ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍກຳລັງເຕີບໃຫຍ່ຂະຫຍາຍຕົວ. ຈຸດເດັ່ນຂອງການມາຢ້ຽມຢາມຂອງເພິ່ນນັ້ນກໍຄືໂຮງໝໍເດັກແຫ່ງຊາດ ແລະ ສູນສຸຂະພາບແມ່ ແລະ ເດັກ ໃນເມືອງພະນົມເປັນ, ປະເທດກຳປູເຈຍ ເພື່ອ​ເບິ່ງ​ຜົນກະທົບຂອງການຮ່ວມມືດ້ານມະນຸດສະທຳລະຫວ່າງເຂົາເຈົ້າກັບສາດສະໜາຈັກ.

ການຢ້ຽມຢາມໂຮງໝໍແຫ່ງຊາດ

ປະທານຜອດເທີ ພ້ອມດ້ວຍປະທານເຂດອາຊີ ແອວເດີ ເບັນຈາມິນ ເອັມ ຊີ ທາຍ ແລະ ນາ​ໂອ​ມີ ພັນລະຍາຂອງເພິ່ນ, ໄດ້ຮັບການຕ້ອນຮັບໂດຍຜູ້ອຳນວຍການໂຮງໝໍ ດຣ. ນິບ ອັງເກາະບອສ ແລະ ທີມງານຂອງເພິ່ນໃນວັນທີ 29 ເດືອນພຶດສະພາ, 2025. ພວກເພິ່ນໄດ້ຮັບຟັງການສະຫລຸບໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາ ແລະ ການພັດທະນາ, ພ້ອມກັບຄວາມຕ້ອງການຕ່າງໆຂອງໂຮງໝໍດັ່ງກ່າວ, ແລະ ໄດ້ຮັບການນຳພາຢ້ຽມຊົມພະແນກຜ່າຕັດ, ຊຶ່ງສາດສະໜາຈັກໄດ້ໃຫ້ການບໍລິຈາກສະໜັບສະໜູນ.

ດຣ. ນິບ ໄດ້ເວົ້າວ່າ, “ການຮ່ວມມືລະຫວ່າງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ໂຮງໝໍເດັກແຫ່ງຊາດ ໄດ້ດຳເນີນມາຢ່າງຕໍ່ເນື່ອງເປັນເວລາຫ້າປີ. ສາດສະໜາຈັກໄດ້ຈັດຫາອຸປະກອນບາງຢ່າງສຳລັບ​ການ​ຜ່າຕັດ. ນີ້ເຮັດໃຫ້ໂຮງໝໍເດັກແຫ່ງຊາດສາມາດພັດທະນາດ້ານເຕັກນິກ ແລະ ດ້ານບໍລິການທີ່ສະໜອງໃຫ້ແກ່ເດັກນ້ອຍຂອງພວກເຮົາ...ເພື່ອການເບິ່ງແຍງທີ່ມີປະສິດທິພາບ ແລະ ມີຄຸນນະພາບສູງ.”

ປະທານຜອດເທີໄດ້ຢ້ຽມຢາມສູນສຸຂະພາບແມ່ ແລະ ເດັກ, ຊຶ່ງໄດ້ຮ່ວມມືກັບສາດສະໜາຈັກນັບຕັ້ງແຕ່ປີ 2022. ຮອງຜູ້ອຳນວຍການ ດຣ. ເງັດ ຕິຢາ ນຳພາກຸ່ມເພື່ອຕ້ອນຮັບປະທານຜອດເທີ ແລະ ຍັງໄດ້ພາເພິ່ນຢ້ຽມຊົມຕຶກອາຄານໂຮງໝໍເພື່ອພົບປະກັບຄົນເຈັບ ແລະ ໄດ້ເຫັນການປັບປຸງ​ປະ​ຈຳ​ວັນ​ໃນຊີວິດ​ຂອງ​ພວກ​ເຂົາ.

“ສູນສຸຂະພາບ ແລະ ສາດສະໜາຈັກແມ່ນມີເປົ້າໝາຍຄ້າຍຄືກັນ...ຄືເຮັດໃຫ້ຄົນເຈັບມີຄວາມສຸກ ແລະ ປິ່ນປົວພວກເຂົາເທົ່າທຽມກັນ, ຊຶ່ງເປັນເຫດຜົນທີ່ພວກເຮົາເຮັດວຽກຮ່ວມກັນເພື່ອເພີ່ມພູນຄຸນນະພາບຂອງການບໍລິການປິ່ນປົວຢູ່ທີ່ນີ້,” ດຣ. ເງັດໄດ້ກ່າວ “ບໍ່ພຽງແຕ່​ໄດ້​ຮັບ​ອຸປະກອນທີ່ທັນສະໄໝເທົ່ານັ້ນ, ແຕ່ພວກເຮົາຍັງໄດ້ຮັບການຝຶກອົບຮົມຈາກທ່ານໝໍສະເພາະທາງ, ໃນສາຂາທີ່ຫລາກຫລາຍທີ່ເປັນອາສາສະໝັກມາຈາກ [ສາດສະໜາຈັກ] ນຳ​ອີກ.” ທັກສະຄວາມສາມາດທີ່ເພີ່ມຂຶ້ນເຫລົ່ານີ້ໄດ້ສົ່ງຜົນໃຫ້ສູນສຸຂະພາບໄດ້ຮັບຄະແນນຄວາມພໍໃຈຈາກລູກຄ້າເຖິງ 94% ຈາກການສຳຫລວດຜ່ານມາທີ່ເຮັດຂຶ້ນມາໂດຍກະຊວງສາທາລະນະສຸກ.

ໂຄງການການຮັບໃຊ້ຂອງອົງການປະຖົມໄວ

ຢູ່​ທີ່​ໂຮງ​ໝໍ, ປະ​ທານຜອດ​ເທີໄດ້​ມອບຊຸດ​ເຄື່ອງ​ຂຽນ​ຈຳ​ນວນ 200 ຊຸດ​ທີ່​ຖືກ​ແພັກ​ບັນ​ຈຸ​ເປັນ​ພິ​ເສດ ໃນ​ມື້​ກ່ອນ ໂດຍ​ເດັກ​ນ້ອຍໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ທ້ອງ​ຖິ່ນ. ຊຸດ​ອຸ​ປະ​ກອນ​ທີ່​ຄ້າຍ​ຄື​ກັນ​ນີ້​ກໍ​ໄດ້​ຖືກກະ​ກຽມ​ໂດຍ​ເດັກ​ນ້ອຍ​ປະ​ຖົມ​ໄວ​ຈາກ​ທ້ອງ​ຖິ່ນ​ອຸ​ດອນ ປະ​ເທດ​ໄທ ມອບ​ໃຫ້​ກັບບ້ານ​ພັກ​ເດັກ​ຍິງ​ອຸ​ດອນ ທາ​ນີ, ແລະ ຈາກສະເຕກໄຕ້ຈຸງ ໄຕ້ຫວັນ ຕາເວັນອອກ ມອບໃຫ້ກັບມູນນິທິໃຈບຸນຊິແຟັງເພື່ອການຊ່ວຍເຫລືອສັງຄົມສົງເຄາະ. ຄວາມພະຍາຍາມເຫລົ່ານີ້ເປັນການຕອບສະໜອງຕໍ່ແຜນລິເລີ່ມປີ 2025 ຂອງໂຄງການຮັບໃຊ້ປະຈຳປີ​ຂອງອົງການປະຖົມໄວ ເພື່ອຊ່ວຍໃຫ້ເດັກໄດ້ຮັບໃຊ້ເດັກນ້ອຍຄົນອື່ນໆ.

“ຫົວໃຈຂອງເດັກນ້ອຍມີຄວາມອ່ອນໄຫວ ເມື່ອພວກ​ເຂົາຄິດເຫັນເດັກນ້ອຍຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ ແລະ ຮູ້ວ່າພວກເຂົາສາມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້,” ປະທານຜອດເທີໄດ້ກ່າວ. “ຂ້ອຍ​ຢາກ​ຊ່ວຍ​ທຸກ​ຄົນ​ຢູ່ທີ່ໂຮງໝໍ ເພື່ອຮັດໃຫ້ເຂົາເຈົ້າມີຄວາມສຸກ,” ເດັກຍິງ ພາດີ ຣິຢານຸດ ອາຍຸແປດປີ ຈາກທ້ອງຖິ່ນ ພະນົມເປັນຕາເວັນອອກ ກຳປູເຈຍ ໄດ້ກ່າວ. ໝູ່​ຂອງ​ນາງ​ຄົນ​ໜຶ່ງ​ຊື່ ເຣັດ ເນມານເຕຍ, ຜູ້​ທີ່ມີອາຍຸແປດປີຄືກັນ ກໍໄດ້ກ່າວຕື່ມວ່າ, “ຂ້ອຍຮູ້ສຶກດີໃຈທີ່ຂ້ອຍສາມາດເຮັດສິ່ງດີໆນີ້ໃຫ້ກັບພວກເຂົາ, ແລະ ຂ້ອຍກໍຫວັງວ່າພວກເຂົາຈະຍິນດີເຊັ່ນກັນ.”

ຂະນະທີ່ປະທານຜອດເທີໄດ້ແຈກຢາຍຖົງເຄື່ອງບໍລິຈາກໃຫ້ແຕ່ລະຄົນທີ່ບ້ານ​ພັກ​ເດັກ​ຍິງ​ອຸ​ດອນ ​ທາ​ນີ, ເພິ່ນໄດ້ເບິ່ງເຂົ້າໄປໃນດວງຕາຂອງເດັກນ້ອຍທີ່ຮັບເອົາເຄື່ອງແຕ່ລະຄົນ ແລະ “ຫວັງວ່າໃນຊ່ວງເວລາສັ້ນໆຂອງການເບິ່ງເຂົ້າໄປໃນດວງຕາຂອງ​ພວກ​ເຂົານັ້ນຈະເຮັດໃຫ້ພວກ​ເຂົາຮູ້ສຶກໄດ້ວ່າພຣະ​ເຈົ້າຊົງຮັກ ແລະ ຮູ້ຈັກພວກເຂົາ.” “ພວກເຮົາຮັບໃຊ້ດ້ວຍຄວາມຮັກ​ຕໍ່ພຣະເຈົ້າ, ​ແລະ ພວກເຮົາຮັບໃຊ້ຍ້ອນວ່າພວກເຮົາຮັກລູກໆຂອງພຣະອົງ,” ເພິ່ນໄດ້ກ່າວ.

ການປະຕິບັດສາດສະໜາກິດຕໍ່ສະມາຊິກ

ສະມາຊິກ​ຕ່າງກໍຮູ້ສຶກໄດ້ເຖິງສາຍຕາອັນດຽວກັນນີ້ ຊຶ່ງ​ຫລາຍຄົນໄດ້ບອກວ່າເຂົາ​ເຈົ້າສຳຜັດໄດ້ເຖິງຄວາມຮັກຂອງເພິ່ນທີ່ມີໃຫ້​ເຂົາ​ເຈົ້າ. ຂະນະທີ່ເພິ່ນກ່າວຂໍ້ຄວາມກ່ຽວກັບການຮັບໃຊ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ, ການ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ, ແລະ ພອນ​ຂອງ​ພຣະ​ວິ​ຫານ, ປະ​ທານ​ຜອດ​ເທີ​ໄດ້​ບອກ​ກັບ​ເຂົາ​ເຈົ້າ​ວ່າ, “ສິ່ງໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພິ​ເສດ​ຫລາຍກັບ​ພວກ​ທ່ານ​ແຕ່​ລະ​ຄົນ, ກໍ​ຄືຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ຈາກ​ພວກ​ທ່ານ. ນັ້ນ​ເປັນ​ຂອງ​ຂວັນ​ທາງວິນ​ຍານ​ທີ່​ສວຍ​ງາມ.”

ທີ່​ປະ​ເທດ​ໄທ, ປະ​ທານ​ຜອດ​ເທີ​ຍັງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ສະ​ມາ​ຊິກ​ຊາວ​ມຽນ​ມາ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ບາງກອກ ໃນ​ລະ​ຫວ່າງ​ການ​ເຕົ້າ​ໂຮມ​ເພື່ອ​ສັງ​ສັນ​ໃນ​ຄອບ​ຄົວ. ອອງ ​ທູ ຈໍ ຈາກ​ມຽນ​ມາ​ທີ່​ເຂົ້າ​ຮ່ວມ​ໃນ​ສະ​ເຕກ​ບາງກອກ​ຕາ​ເວັນ​ຕົກ ປະເທດໄທ ​ໄດ້​ກ່າວ​ວ່າ, “ຫລັງ​ຈາກການ​ປະ​ຊຸມ, ຂ້ອຍຮູ້​ສຶກ​ໄດ້​ວ່າ ເຖິງ​ແມ່ນ​ພວກ​ເຮົາ​ຈະ​ຢູ່​ປະ​ເທດ​ໄທ, ທີ່​ເປັນ​ຕ່າງ​ປະ​ເທດ, ຂ້ອຍກໍ​ບໍ່​ໄດ້​ໂດດ​ດ່ຽວ​ຕົວ​ຄົນ​ດຽວ. ຂ້ອຍ​ມີ​ໝູ່​ເພື່ອນ ແລະ ສະ​ມາ​ຊິກ​ທີ່​ເປັນ​ຄື​ກັບ​ຄອບ​ຄົວ​ຢູ່​ທີ່​ນີ້, ແລະ ເຂົາ​ເຈົ້າ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ຂ້ອຍຫລາຍ​ຂຶ້ນ​ເລື້ອຍໆ.”

ທີ່​ປະ​ເທດ​ລາວ, ຊຶ່ງເປັນ​ປະ​ເທດ​ທີ່​ມີ​ພຽງ​ແຕ່​ສາ​ຂາ​ດຽວ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ສະ​ມາ​ຊິກ​ໄດ້​ພາ​ກັນ​ອອກ​ມາ​ຈາກ​ອາ​ຄານ​ປະ​ຊຸມ​ໂບດ ເພື່ອ​ລຽນ​ແຖວ​ໂບກ​ມື​ອຳ​ລາ, ໃນ​ຂະ​ນະ​ທີ່​ລົດ​ຂອງ​ປະ​ທານ​ຜອດ​ເທີ​ກຳ​ລັງ​ຂັບ​ເຄື່ອນ​ອອກ​ໄປ. ໃນ​ກຸ່ມ​ຂອງ​ສະ​ມາ​ຊິກ​ນີ້ ປະ​ກອບ​ດ້ວຍຄອບ​ຄົວ ອິນ​ທະ​ວົງ ທີ່​ເປັນ​ສະ​ມາ​ຊິກ​ສີ່​ລຸ້ນ​ຄົນ, ຜູ້​ທີ່​ຮັກ​ສະ​ມາ​ຊິກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ​ຄືກັນກັບຄົນໃນຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ເອງ, ຊຶ່ງສົ່ງ​ຜົນ​ໃຫ້​ມີ​ອັດ​ຕາ​ການ​ຮັກ​ສາ​ສະ​ມາ​ຊິກ​ໃນ​ສາ​ຂາ​ໄວ້​ໄດ້​ເກືອບ 100%.

“ຂ້ອຍຄາດຫວັງໄວ້ສູງຫລາຍ ເພາະວ່າຂ້ອຍຢາກເຫັນເພິ່ນແທ້ໆ,” ທ້າວ​ວຸດທິສັກ ສີລິສຸກ ສະມາຊິກອາຍຸ 19 ປີ​​ໄດ້ກ່າວ “ເພິ່ນໄດ້ເວົ້າກ່ຽວກັບຊີວິດຂອງເພິ່ນໃນໄວຮຽນ, ຕອນນັ້ນທີ່ເພິ່ນເປັນສະມາຊິກພຽງຄົນດຽວ, ຊຶ່ງມັນເປັນເລື່ອງທີ່ຍາກ...ນັ້ນມີຄວາມໝາຍຫລາຍກັບຂ້ອຍ ເພາະວ່າຂ້ອຍກໍເປັນແບບນັ້ນ​ຄືກັນ, ເປັນສະມາຊິກຄົນດຽວຢູ່ທີ່ໂຮງຮຽນຂອງຂ້ອຍ...ຂ້ອຍເຄີຍເປັນສະມາຊິກທີ່ອ່ອນແອ, ມັກຈະຖືກລໍ້ລວງໃນຫລາຍຮູບແບບ...ແຕ່ເມື່ອຫລັງຈາກທີ່ໄດ້ຟັງເພິ່ນເວົ້າ, ຂ້ອຍກໍຮູ້ສຶກໄດ້ວ່າ ຂ້ອຍຄວນທີ່ຈະພະຍາຍາມເຂັ້ມແຂງໃຫ້ໄດ້ດີກວ່ານີ້ ເພາະວ່າ​ຂ້ອຍ​ເປັນລູກຂອງພຣະເຈົ້າ.”

ທີ່ປະເທດກຳປູເຈຍ, ປອນ ໂສປັນ​ຫາ ອາຍຸ 16 ປີ ຈາກທ້ອງຖິ່ນສຽມລຽບ ກຳປູເຈຍ ໄດ້ກ່າວວ່າ, “ຕອນທີ່ຂ້ອຍໄດ້ຟັງສິ່ງທີ່ເພິ່ນສິດສອນ, ຂ້ອຍໄດ້ເລີ່ມທີ່ຈະປ່ຽນແປງຄວາມຄິດຂອງຂ້ອຍເອງ. ກ່ອນໜ້ານີ້, ຂ້ອຍບໍ່ເຂົ້າໃຈເຖິງສິ່ງທີ່ສຳຄັນຂອງການອະທິຖານ ຫລື ການອະທິຖານນັ້ນຊ່ວຍເຮົາແນວໃດແດ່. ແຕ່ຈາກສິ່ງທີ່ຂ້ອຍໄດ້ຮຽນຮູ້ຈາກເພິ່ນ, ຂ້ອຍ​ໄດ້ຮູ້ຈັກວ່າເມື່ອເຮົາອະທິຖານ, ເຮົາຄວນທີ່ຈະທູນຂໍພຣະເຈົ້າດ້ວຍຄວາມຈິງໃຈ ແລະ ຈິງຈັງ.”

ແລະ ທີ່ປະເທດໄຕ້ຫວັນ, ປະທານ​ຜອດເທີ​ໄດ້ເຊື້ອເຊີນສະມາຊິກຈາກສະເຕກ​ໃນໄຕ້ຈຸງທັງສາມແຫ່ງ ໃຫ້ພຣະເຈົ້າມາກ່ອນເປັນອັນດັບໜຶ່ງ ແລະ ສະແຫວງຫາພຣະຫັດຂອງພຣະ​ອົງໃນຊີວິດຂອງເຂົາເຈົ້າ. ໃນລະຫວ່າງການຢ້ຽມຢາມທີ່ບໍ່ໄດ້ບອກລ່ວງໜ້າ, ໃນຕອນທ້າຍຂອງການປິດກອງປະຊຸມ YSA ແຫ່ງຊາດຂອງໄຕ້ຫວັນ ປະຈຳປີ 2025 ເພິ່ນຍັງໄດ້ຊຸກຍູ້ໃຫ້ຜູ້​ໃຫຍ່ໜຸ່ມໂສດ (YSA) ໄປພຣະວິຫານ​ເລື້ອຍໆ ເພື່ອສະແຫວງຫາອຳນາດຖານະປະໂລຫິດຂອງພຣະເຈົ້າ ເພື່ອເຮັດໃຫ້ເຂົາເຈົ້າເຂັ້ມແຂງຂຶ້ນ.

ຜົນກະທົບຢ່າງຊອບພຣະໄທພຣະເຈົ້າ

ປະທານຜອດເທີໄດ້ເນັ້ນໜັກວ່າການສ້າງພຣະວິຫານເປັນ “ສັນຍານວ່າພຣະເຈົ້າ​ຮູ້​ວ່າ ສະມາຊິກເຫລົ່ານີ້ມີສັດທາຫລາຍພຽງໃດ ແລະ ວ່າເຂົາເຈົ້າຈະເປັນເຄື່ອງມືໃນການນຳເອົາອີກຫລາຍຕໍ່ຫລາຍຄົນມາສູ່ພຣະກິດຕິຄຸນ.” ເພິ່ນຍັງໄດ້ເວົ້າເຖິງການສ້າງພຣະວິຫານພະນົມເປັນ ກຳປູເຈຍ ທີ່​ກຳ​ລັງ​ຖືກສ້າງ​ຂຶ້ນຢູ່ກົງກັນຂ້າມກັບ ໂຮງໝໍເດັກແຫ່ງຊາດ ແລະ ຮັບຮອງການເຊື້ອເຊີນພະນັກງານໃຫ້ມາຮ່ວມງານ​ເປີດ​ທ່ຽວ​ຊົມພຣະວິຫານ.

ໃນຊ່ວງການເດີນທາງເກົ້າວັນ, ປະທານຜອດເທີຍັງໄດ້ເຂົ້າຮ່ວມໃນລາຍການໃຫ້ຄຳດົນໃຈປະຖົມໄວ ສາມລາຍການ; ລາຍການໃຫ້ຄຳດົນໃຈສະມາຊິກທົ່ວໄປ ສາມລາຍການ; ການຝຶກອົບຮົມຜູ້ນຳສະຕີ ສາມລາຍການ ທີ່ກວມລວມເອົາ ປະຖົມໄວ, ຍິງ​ໜຸ່ມ ແລະ ​ສະ​ມາ​ຄົມສະຕີສົງເຄາະ; ແລະ ການຢ້ຽມຢາມປະຖົມໄວ ຫລື ກຸ່ມຜູ້ນຳ​ຈຸດ​ສຸມ ສາມລາຍການ.

ປະທານຜອດເທີໄດ້ແບ່ງປັນວ່າ, “ຂ້າພະເຈົ້າຫວັງວ່າສະມາຊິກໃນເຂດອາຊີທີ່ກະແຈກກະຈາຍກັນຢູ່ທຸກແຫ່ງຈະໄດ້ຮັບຮູ້ວ່າພຣະເຈົ້າຊົງຄິດເຖິງພວກເຂົາ. ພວກເຂົາອາດຈະຮູ້ສຶກວ່າມີສະມາຊິກບໍ່ຫລາຍປານໃດໃນປະເທດຂອງພວກເຂົາ, ບາງທີພວກເຂົາອາດຈະເປັນສະມາຊິກພຽງຄົນດຽວຢູ່ທີ່ໂຮງຮຽນ ຫລື ບ່ອນເຮັດວຽກ. ແຕ່ວ່າພຣະເຈົ້າຮູ້ຈັກພວກເຂົາ, ​ພຣະອົງຮັກພວກເຂົາ, ແລະ ພວກເຂົາມີວຽກງານທີ່ສຳຄັນທີ່ຕ້ອງເຮັດໃຫ້ກັບພຣະອົງ...ພວກເຂົາເປັນລູກໆໃນພັນທະສັນຍາ...ແລະ ພວກເຂົາສາມາດເຮັດສິ່ງທີ່ຍິ່ງໃຫຍ່ ແລະ ການອັດສະຈັນໄດ້.”

หมายเหตุแนวทางการเขียน:เมื่อรายงานเกี่ยวกับศาสนจักรของพระเยซูคริสต์แห่งวิสุทธิชนยุคสุดท้าย โปรดใช้ชื่อเต็มของศาสนจักรในการอ้างถึงครั้งแรก ข้อมูลเพิ่มเติมเกี่ยวกับการใช้ชื่อของศาสนจักร ไปที่ออนไลน์แนวทางการเขียน.